ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດແພັກເກັດການເງິນ 36 ລ້ານໂດລາສະຫະລັດ ເພື່ອເສີມສ້າງການສຶກສາວິຊາຊີບ ແລະ ເຕັກນິກ (TVET) ໃນ ສປປ ລາວ ໂດຍມີຈຸດປະສົງເພື່ອໃຫ້ຜູ້ສຳເລັດການສຶກສາມີທັກສະທີ່ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ຂະຫຍາຍໂອກາດການຈ້າງງານໃຫ້ແກ່ຊາວໜຸ່ມ ໂດຍສະເພາະແມ່ນຍິງ.
ແພັກເກັດດັ່ງກ່າວປະກອບດ້ວຍ:
- ເງິນກູ້ຜ່ອນປົນ 30 ລ້ານໂດລາ ຈາກຊັບພະຍາກອນທຶນທຳມະດາຂອງ ADB
- ເງິນຊ່ວຍເຫຼືອ 3 ລ້ານໂດລາ ຈາກກອງທຶນພັດທະນາອາຊີ
- ເງິນຊ່ວຍເຫຼືອ 3 ລ້ານໂດລາ ຈາກກອງທຶນຍີ່ປຸ່ນເພື່ອອາຊີທີ່ຈະເລີນຮຸ່ງເຮືອງ ແລະ ທົນທານຕໍ່ການປ່ຽນແປງ
ໂຄງການເສີມສ້າງທັກສະເພື່ອການພັດທະນາເສດຖະກິດສີຂຽວ ແລະ ລວມໝູ່ ຈະຊ່ວຍລັດຖະບານໃນການສ້າງເສດຖະກິດທີ່ແຂ່ງຂັນ ແລະ ທົນທານໂດຍການຍົກລະດັບສິ່ງອຳນວຍຄວາມສະດວກ TVET, ປັບປຸງຄຸນນະພາບການສອນ ແລະ ໃຫ້ຜູ້ສຳເລັດການສຶກສາມີທັກສະທີ່ຕ້ອງການໃນອຸດສາຫະກຳສີຂຽວ ແລະ ອຸດສາຫະກຳທີ່ມີຄວາມຕ້ອງການສູງ.
ເພື່ອປັບປຸງການເຂົ້າເຖິງສຳລັບກຸ່ມດ້ອຍໂອກາດ, ໂຮງຮຽນ TVET 11 ແຫ່ງ ຈະໄດ້ຮັບການຍົກລະດັບດ້ວຍໂຄງສ້າງພື້ນຖານທີ່ທົນທານຕໍ່ສະພາບອາກາດ ແລະ ໄພພິບັດ, ອຸປະກອນປະຢັດພະລັງງານ ແລະ ຫໍພັກທັນສະໄໝສຳລັບນັກຮຽນຍິງຈາກເຂດຊົນນະບົດ.